ຈຸດປະສົງໃນການສອນຄະນິດສາດ
1. ຈຸດປະສົງໃນການສອນຄະນິດສາດຊັ້ນປະຖົມ
- ເພື່ອເຮັດໃຫ້ນັກຮຽນໄດ້ຮັບຄວາມຮູ້, ທັກສະ ແລະ ຂະບວນການທາງຄະນິດສາດ
- ເພື່ອນຳໄປໃຊ້ໃນການດຳລົງຊີວິດຢ່າງເປັນເຫດເປັນຜົນ
- ເພື່ອໃຫ້ມີເຈດຕະຄະຕິທີ່ດີ, ພັດທະນາຄວາມຄິດຢ່າງເປັນລະບົບ ແລະ ສ້າງສັນ ເຊັ່ນວ່າ ການຄົ້ນຄວ້າ
- ສາມາດແກ່ເລກໂຈດໄດ້ດ້ວຍຕົນເອງ
- ມີວິທີການ ແລະ ທະສະໃນການຄິດ, ຄຳນວນ
- ເພື່ອເຮັດໃຫ້ເດັກມີຄວາມເຂົ້າໃຈພື້ນຖານກ່ຽວກັບຄະນິດສາດ ເຊັ່ນ: ຮູ້ຈັກຄຳສັບ, ສັນຍາລັກທາງຄະນິດສາດຂັ້ນຕົນ
- ເພື່ອພັດທະນາມະໂນພາບກາຽວກັບຄະນິດສາດ ເຊັ່ນ: ບວກ, ລົບ, ຄູນ, ຫານ,...
- ເພື່ອໃຫ້ເດັກຮູ້ຈັກ ແລະ ໃຊ້ຂະບວນການໃນການຫາຄຳຕອບເຊັ່ນ: ການຈົດບັນທຶກ, ການຊັງນ້ຳໜັກ...
- ເພື່ອໃຫ້ເດັກເຝິກຝົນທັກສະຄະນິດສາດພື້ນຖານ ເຊັ່ນ: ການນັບ, ການຈັບຄູ່, ການຈັດປະເພດ, ການປຽບທຽບ ແລະ ອື່ນໆ
ความคิดเห็น
แสดงความคิดเห็น